Summer of Coding and IoT "Day 3-5"

ສະ​ບາຍ​ດີ :) ພັກ​ແລ້ງ​ແລ້ວ​ເຮັດ​ຫຍັງ​ດີ? ສຳ​ລັບ​ໃຜ​ທີ່​ກຳ​ລັງ​ຊອກ​ຫາ​ຮຽນ​ຮູ້​ສິ່ງ​ໃໝ່ໆ ໂດຍ​ສະ​ເພາະ​ເລື່ອງ IoT ນະ​ ວັດ​ຕະ​ກຳ​ທີ່​ກຳ​ລັງ​ໜ້າ​ສົນ​ໃຈ​ໃນ​ຕອນນີ້, ແລ້ວ IoT ມັນ​ແມ່ນ​ຫຍັງ? ສາ​ມາດ​ຫາ​ຄຳ​ຕອບ​ໄດ້​ໃນ​ງານ Summer of Coding ແລະ IoT ​ງານ​ທີ່​ທ່ານ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ຂຽນ​ໂຄດຂັ້ນ​ພື້ນ​ຖານ ໂດຍບໍ່​ຈຳ​ເປັນ​ຕ້ອງ​ມີ​ພື້ນ​ຖານ​ກ່ຽວ​ກັບ​ການ​ຂຽນ​ໂຄດ​ມາ​ກ່ອນ. ພ້ອ​ມ​ກັນ​ນັ້ນ, ຍັງ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ

Jul 18, 2017, 10:00 AM – Jul 27, 2017, 11:30 AM

RSVP'd

Key Themes

About this event

ສະ​ບາຍ​ດີ :) ພັກ​ແລ້ງ​ແລ້ວ​ເຮັດ​ຫຍັງ​ດີ? ສຳ​ລັບ​ໃຜ​ທີ່​ກຳ​ລັງ​ຊອກ​ຫາ​ຮຽນ​ຮູ້​ສິ່ງ​ໃໝ່ໆ ໂດຍ​ສະ​ເພາະ​ເລື່ອງ IoT ນະ​

ວັດ​ຕະ​ກຳ​ທີ່​ກຳ​ລັງ​ໜ້າ​ສົນ​ໃຈ​ໃນ​ຕອນນີ້, ແລ້ວ IoT ມັນ​ແມ່ນ​ຫຍັງ?

ສາ​ມາດ​ຫາ​ຄຳ​ຕອບ​ໄດ້​ໃນ​ງານ Summer of Coding ແລະ IoT ​ງານ​ທີ່​ທ່ານ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ຂຽນ​ໂຄດຂັ້ນ​ພື້ນ​ຖານ ໂດຍບໍ່​ຈຳ​ເປັນ​ຕ້ອງ​ມີ​ພື້ນ​ຖານ​ກ່ຽວ​ກັບ​ການ​ຂຽນ​ໂຄດ​ມາ​ກ່ອນ. ພ້ອ​ມ​ກັນ​ນັ້ນ, ຍັງ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ Internet of Things ຫຼື IoT ນັ້ນ​ເອງ, ໂດຍຜູ່​ເຂົ້າ​ຮ່ວມ​ ​ຈະ​ໄດ້​ລົງ​ມື​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ຂຽນ​ໂຄດ​ເພື່ອ​ສັ່ງ​ໃຫ້​ ອຸ​ປະ​ກອນ IoT ເຮັດ​ວຽກ​ຕາມ​ທີ່​ທ່ານຕ້ອງ​ການ.

ງານ​ Summer of Coding & IoT ຈັດ​ຂຶ້ນ ທ​ຸກໆ​ ວັນອັງ​ຄານ ແລະ ວັນພະ​ຫັດ ເວ​ລາ 17:00ໂມງ ຫາ 18:30ໂມງ ເລີ່ມ​ຕັ້ງ​ແຕ່ ວັນ​ທີ 11 ກໍ​ລະ​ກົດ 2017 ຈົນ​ເຖິງ ວັນ​ທີ 08 ສິງ​ຫາ 2017, ສະ​ຖານ​ທີ່ ຈັດ​ຢູ່ ສູນ​ອາ​ເມ​ລິ​ກາ ທາດ​ດຳ (ສະ​ຖານ​ທູດ ອາ​ເມ​ລິ​ກາ ເກົ່າ)

ສົນ​ໃຈ​ລົງ​ທະ​ບຽນ​ໄດ້​ທີ່ ສູນ​ອາ​ເມ​ລິ​ກາ​ທາດ​ດຳ ພາຍ​ໃນ ວັນອັງ​ຄານ ຫາ ວັນເສົາ ເວ​ລາ 12:00ໂມງ ຫາ 18:00ໂມງ. ຮັບ​ຈຳ​ນວນຈຳ​ກັດ 30ທ່ານ ເທົ່າ​ນັ້ນ. (ເຂົ້າ​ຮ່ວມ​ງານຟີ​ຣ)

ພິ​ເສດ: ພາຍຫຼັງ​ທີ່​ຮຽນ​ຈົບ​ແລ້ວ ຜູ່​ເຂົ້າ​ຮ່ວມ​ ຈະ​ໄດ້​ຮັບ​ໃບ​ຢັ້ງ​ຢືນ ຈາກ ສູນ ອາ​ເມ​ລິ​ກາ ທາດ​ດຳ.

ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ ຈິມມີ້[masked]

Organizers

  • Sengxay Xayachack

    Cyberus Sole Co., Ltd

    Co-organizer

  • Douangdala Khamphanthong

    Lao IT Dev Co., Ltd

    Co-organizer

  • Keomanophone Thammavong

    GDG Vientiane

    Community Manager

Contact Us