Study Jam X Women Techmakers IWD18

GDG Vientiane
Sat, Mar 17, 2018, 8:30 AM (GMT+7)

About this event

• What we'll do
ຂໍ​ເຊີນ​ຊວນ​ທ່ານຍິງ​ທັງຫຼາຍມາ​ຮ່ວມ​ສະ​ເຫຼີມ​ສະຫຼອງ ວັນ​ແມ່​ຍິງ​ສາ​ກົນ ​ກັບ​ພ​ວກ​ເຮົາ​ໃນ​ງານ Study Jam X Women Techmakers!

ເພື່ອເປັນ​ການ​ສະ​ເຫຼີມ​ສະຫຼອງ ວັນ​ແມ່​ຍິງ​ສາ​ກົນ ແລະ ສົ່ງ​ເສີມ​ບົດ​ບາດ​ແມ່​ຍິງ​ໃນ​ສາ​ຂາ​ໄອ​ທີໃຫ້​ມີ​ບົດ​ບາດ​​ເດັ່ນຍິ່ງ​ຂຶ້ນ ທາງ​ກຸ່ມ GDG Vientiane ຂໍ​ເປັນ​ກ​ຽດ​ເຊີນ​ທ່ານ​ຍິງ​ທັງ​ຫຼາຍບໍ່​ວ່າ​ຈະ​ເປັນ​ສາຍ​ໄອ​ທີ ຫຼື ບໍ່​ໄອ​ທີ ເຂົ້າ​ຮ່ວມ​ງານ​ກັບ​ພວກ​ເຮົາ​ທີ່​ຊື່​ວ່າ Study Jam X Women Techmakers.

ພາຍ​ໃນ​ງານ​ທ່ານ​​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ພື້ນ​ຖານ​ການ​ພັດ​ທະ​ນາ Website ເຮັດ​ແນວ​ໃດໃຫ້​ມັນ​ເໝາະ​ສົມ​ສຳ​ລັບ​ອ​ຸ​ປະ​ກອນ​ໂທ​ລະ​ສັບ ຫຼັງ​ຈາກນັ້ນ​ກໍ​ຈະ​ໄດ້​ສອບ​ເສັງ​ເອົາ​ໃບ​ຢັ້ງ​ຢືນ Mobile Site Certificate ທີ່ຖືກຮັບ​ຮອງ​ຈາກ Google ເຊິ່ງ​ສາ​ມາດ​ນຳ​ເອົາ​ໄປ​ຢັ້ງ​ຢືນ​ໃນ​ເວ​ລາ​ສະ​ໝັກ​ວຽກ​ໄດ້.

>>ກ່ຽວ​ກັບ​ການ​ສອບ​ເສັງ<<
- ການ​ສອບ​ເສັງ​ຈະ​ໃຊ້ເວ​ລາບໍ່​ເກີນ 90 ນາ​ທີ.
- ມີ​ທັງ​ໝົດ 65 ຂໍ້ (ຄຳ​ຖາມ​ເປັນ ປາ​ລະ​ໄນ, ຖືກ​ຜິດ, ຈຳ​ລອງ​ສະ​ຖາ​ນະ​ການ​ໂຕ​ຈິງ).
- ຕ້ອງ​ໃຫ້​ໄດ້​ຄະ​ແນນ 80% ຂຶ້ນ​ໄປ​ຈ​ຶ່ງ​ຜ່ານ.
- ຖ້າບໍ່​ຜ່ານ​ແມ່ນ​ຕ້ອງ​ຖ້າ​ອີກ 8 ວັນ ຈຶ່ງ​ສາ​ມາດ​ເສັງ​ຄືນໄດ້.
- ໃນ​ລະ​ຫວ່າງ​ເສັງ​ຈະ​ບໍ່​ສາ​ມາດ​ຢຸດ​ໄດ້ ຖ້າ​ເກີດ​ບັນ​ຫາ​ເຊັ່ນ ເນັດຫຼ​ຸດ ຫຼື ຄອມ​ພິວ​ເຕີ​ຂັດ​ຂ້ອງ. ສາ​ມາດ​ສຶບ​ຕໍ່​ເຮັດ​ໄດ້​ແຕ່​ເວ​ລາ​ຈະ​ບໍ່​ຢຸດ.
- ເນື້ອ​ໃນ​ບົດ​ເສັງ​ຈະ​ປະ​ກອບ​ມີຄວາມ​ຮູ້​ຕັ້ງ​ແຕ່​ຂັ້ນ basic ຈົນ​ໄປ​ຮອດ advanced, ຍັງ​ລວມ​ທັງພາກ​ປະ​ຕິ​ບັດ​ໂຕ​ຈິງ​ເຊັ່ນ ກາ​ນ​ສ້າງ, ບໍ​ລິ​ຫານ​ຈັດ​ການ, ວັດ​ປະ​ສິດ​ທິ​ພາບ ແລະ ປັບ​ປຸງ​ປະ​ສິດ​ທິ​ພາບ​ຂອງ mobile site.
- ເນື້ອ​ຫາ​ທີ່​ຈະ​ເສັງ​ມີ​ຫຍັງ​ແນ່
1. Value proposition of mobile websites
2. How to improve mobile website speed
3. How to create an effective user experience for mobile websites
4. Introduction to advanced web technologies

#ລາຍ​ລະ​ອ​ຽດ​ການ​ຈັດ​ງານ:
8:30 - Registration
9:00 - Welcome remarks
9:10 - Introduction to Women Techmakers (IWD)
9:20 - Mobile site and why it is matter
9:50 - Improving mobile site speed
10:30 - Break
10:40 - Create an effective mobile UX
11:10 - Advanced web technologies
12:00 - Lunch
13:00 - Taking mSite exam
14:30 - Break
14:40 - Activities & networking
15:30 - Feedback
15:40 - Reception
16:30 - Closing remarks

**ລິ້ງ​ສຳ​ລັບ​ເຂົ້​າ​ໄປ​ຮຽ​ນ​ກ່ອນ ແລະ ສອບ​ເສັງ https://goo.gl/4gA5H4
**ໝາຍ​ເຫດ: ທ່ານ​ຄວນ​ສຶກ​ສາ​ບົດ​ຮຽນ​ຈາກ​ລິ້ງ​ທີ່​ໃຫ້​ຂ້າງ​ລຸ່ມ​ ກ່ອນ​ເສັງ​ຈະ​ເປັນ​ການ​ດີ​ທີ່​ສຸດ.

• What to bring
Laptop ພ້ອມ​ສາຍ​ສາກ, ປັກ​ໄຟ ແລະ ອິນ​ເຕີ​ເນັດ​ສ່ວນ​ໂຕ.

• Important to know
​ເນື່ອງ​ຈາກວ່າ ບ່ອນ​ນັ່ງ​ມີ​ຈຳ​ນວນ​ຈຳ​ກັດ, ດັ່ງ​ນັ້ນ ການ​ລົງ​ທະ​ບຽນງານນີ້​ຈະ​ບູ​ລິ​ສະ​ສິດ​ໃຫ້​ຜູ່​ລົງ​ທະ​ບຽນ​ທີ່​ເປັນ​​ແມ່​ຍິງ​ກ່ອນ ສ່ວນ​ສຳ​ລັບ​ຝ່າຍ​ຊາຍ​ທີ່​ຕ້ອງ​ການ​ຢາກ​ເຂົ້າ​ຮ່ວມ​ງານແມ່ນ​ສາ​ມາດ​ກົດ join us ແລະ ເຂົ້າ​ຢູ່​ໃນ wait-list ໄດ້. ຖ້າ​ມີ​ບ່ອນ​ນັ່ງ​ຫວ່າງ ພວກ​ເຮົາ​ຈະ​ແຈ້ງ​ໃນ​ວັນ​ທີ 15/03/2018.

>>ສ່ວນ​ສຳ​ລັບ​ທ່ານ​ຍິງ​ທີ່​ລົງ​ທະ​ບຽນ​ແລ້ວ ສາ​ມາດ​ເຂົ້າ​ຮ່ວມ​ໄດ້​ເລີຍ (ເຖິງວ່າ​ຈະ​ຢູ່​ໃນ wait-list ກໍ​ຕາມ)

(ຖ້າມີຄໍາຖາມ ຫຼື ຢາກໄດ້ລາຍລະອຽດເພີ່ມຕື່ມສາມາດ comment ດ້ານ​ລຸ່ມ ຫຼື ຕິດຕໍ່ທາງທີມງງານໄດ້ໂດຍກົງ ໂທ[masked] (ຈິມມີ່)) ແລ້ວພົບກັນທຸກຄົນ.

//ຖາມ & ຕອບ:

ໃຊ້​ເວ​ລາ​ດົນ​ບໍ່ ທີ່​ຈະ​ໄດ້​ໃບ​ຢັ້ງ​ຢືນນີ້?
ໃຊ້​ເວ​ລາ​ປະ​ມານ 3-4 ຊົ່ວ​ໂມງ ສຶກ​ສາຫຼັກ​ສູດ ແລະ 90 ນາ​ທີ ໃນ​ການ​ເສັງ (ປາ​ລະ​ໄນ, ຖຶກ-ຜິດ) *ບໍ່​ມີ​ຂຽນ​ໂຄດ.
#ຈະ​ໄດ້​ຫຍັງ​ແນ່​ພາຍ​ໃນ​ງານ:
ໃບ​ຢັ້ງ​ຢືນ Mobile Site Certificate ທີ່​ຮັບ​ຮອງ​ໂດຍ Google!

#ໃຜ​ແນ່ສາ​ມາດ​ເຂົ້າ​ຮ່ວມ​ງານ​ໄດ້?
ສາ​ມາດ​ເຂົ້າ​ຮ່ວມ​ໄດ້​ໝົດ​ທ​ຸກ​ຄົນ ແຕ່​ສຳ​ລັບ​ການ​ສອບ​ເສັງ​ເພື່ອ​ໃຫ້​ໄດ້​ໃບ​ຢັ້ງ​ຢືນນັ້ນ ພວກ​ເຮົາ​ແນະ​ນ​ຳ​ວ່າ ຜູ່​ເຂົ້າ​ຮ່ວມ​ທ​ຸກ​ທ່ານ​ຈະ​ຕ້ອງ​ມີ​ຄວາມ​ຮູ້​ພື້ນ​ຖານພາ​ສາ ແລະ ການ​ເຮັດ​ວຽກ​ຂອງ website. (HTML, CSS & JavaScript)

#ທ່ານ​ສາ​ມາດ​ເບິ່ງ​ບົດ​ຮຽນ​​ດ້ວຍ​ຕົນ​ເອງ​ ເພື່ອ​ເປັນ​ການ​ກຽມ​ພ້ອມ​ໄດ້​ທີ່ https://support.google.com/partners/answer/7327828 ມີ​ທັງ​ໝົດ 4 module.

ຫຼື ອ່າ​ນ​ຈາກ​ບົດ​ຄວາມ​ພາ​ສາ​ລາວ

1. Module 1: https://goo.gl/j7dk61
2. Module 2: https://goo.gl/gX36G3
3. Module 3: https://goo.gl/QSPPYi
4. Module 4: https://goo.gl/onbxof

ວີ​ດີ​ໂອ Training ຈາກ Google Developer Expert ສາ​ຂາ Web technology: https://youtu.be/veyA99DPJFs


Organizers

  • Douangtavanh Kongphaly

    Douangtavanh Kongphaly

    The World Health Organization Lao PDR

    Co-organizer

    View Profile
  • Thidavone Mankhongsinh

    Thidavone Mankhongsinh

    Lao Development Bank

    Co-organizer

    View Profile
  • Keomanophone Thammavong

    Keomanophone Thammavong

    Lao IT Dev

    GDG Vientiane Community Manager

    View Profile
  • Sengxay Xayachack

    Sengxay Xayachack

    Cyberus Sole Co., Ltd

    Co-organizer

    View Profile
  • Douangdala Khamphanthong

    Douangdala Khamphanthong

    Lao IT Dev Co., Ltd

    Co-organizer

    View Profile
  • Jalana Vongxay

    Jalana Vongxay

    Lao It Dev Co., Ltd.

    Software Engineer

    View Profile