ສະບາຍດີ ຊາວລາວ, ຊາວໂລກ ແລະມະນຸດຕ່າງດາວ ຜູ້ທີ່ສົນໃຈໃນເລື່ອງເຕັກໂນໂລຊີ ບໍ່ຄວນພາດເດັດຂາດ ກັບງານສໍາມະນາດ້ານເຕັກໂນໂລຊີຂອງ Google ທີ່ໃຫຍ່ທີ່ສຸດໃນປະເທດລາວ...!
🚀 ຂໍເຊີນທຸກໆທ່ານເຂົ້າຮ່ວມງານ DevFest Vientiane 2019 ເປັນງານສຳມະນາທີ່ຮ່ວມໂຕບັນດານັກພັດທະນາໃນລາວທຸກສາຍອາຊີບທີ່ໃຫຍ່ທີ່ສຸດ ແລະເປັນການເປີດໂອກາດໃຫ້ນັກສຶກສາ, ນັກພັດທະນາໃນວຽກດ້ານໄອທີ, ຜູ້ສົນໃຈໃນເຕັກໂນໂລຊີຂອງ Google ບໍ່ວ່າຈະເປັນ Angular, GoLang, Flutter, Actions on Google, UX/UI, IoT, Security, Diversity, CodeLabs, ການພັດທະນາຊອບແວ ແລະອື່ນໆອີກຫຼວງຫຼາຍ.
ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮັບຟັງການບັນຍາຍເຕັກໂນໂລຊີຕ່າງໆຂອງ Google ຈາກວິທະຍາກອນທີ່ເປັນນັກພັດທະນາຈາກ Google Developer Expert ໂດຍກົງຈາກຕ່າງປະເທດ ແລະໂຕແທນຈາກກຸ່ມນັກພັດທະນາໃນລະດັບແຖວໜ້າຂອງປະເທດລາວນໍາອີກ.
📝 ເບິ່ງລາຍລະອຽດງານ ພ້ອມກັບລົງທະບຽນດ່ວນໄດ້ທີ່ : devfest.gdgvientiane.org
📌 ສະຖານທີ່ຈັດງານ: goo.gl/maps/BBHdgkgdAdEEXsjWA
🎤 ຫົວຂໍ້ບັນຍາຍເປັນພາສາລາວ 🇱🇦
🔔 ຈໍານວນຈໍາກັດ: 350 ບັດເທົ່ານັ້ນ.
ໝາຍເຫດ: ໃຫ້ຜູ້ເຂົ້າຮ່ວມທຸກທ່ານນຳເອົາຄອມພິວເຕີ, ສາຍສາກ ແລະ ອິນເຕີເນັດສ່ວນຕົວໄປໃນງານ ເພື່ອຄວາມສະດວກໃນການເຮັດ CodeLab.
😍 ແລ້ວພົບກັນເດີ້ !!!
Follow Us
Official Event Hashtags: #DevFest19 #DevFestVTE #GDGVientiane #GDGVTE #WTMVTE
Facebook: fb.com/gdgvientiane
Facebook: fb.com/womentechmakersvte
Meetup: meetup.com/GDGVientiane
The World Health Organization Lao PDR
Co-organizer
Lao Development Bank
Co-organizer
Cyberus Sole Co., Ltd
Co-organizer
Lao IT Dev Co., Ltd
Co-organizer
Lao It Dev Co., Ltd.
Software Engineer