DevFest Vientiane 2018

GDG DevFest 2018 is our annual all-day developer conference that offers speaker sessions across multiple product areas, codelabs, hackathon and more! ນີ້ແມ່ນແບບຟອມສະໝັກເຂົ້າຮ່ວມງານ Devfest Vientiane 2018. ງານ DevFest Vientiane 2018 ເປັນງານສຳມະນາທີ່ເປີດໂອກາດໃຫ້ນັກພັດທະນາໃນວຽກງານດ້ານໄອທີຜູ່ທີ່ສົນໃຈໃນເທັກໂນໂລຍີຂອງ Google ບໍ່ວ່າຈະເປັນ Android, Soft Skill, Firebase, Machine Learning, AI, IoT, Secure

Nov 24, 2018, 1:00 – 10:30 AM

RSVP'd

Key Themes

About this event

GDG DevFest 2018 is our annual all-day developer conference that offers speaker sessions across multiple product areas, codelabs, hackathon and more!

ນີ້ແມ່ນແບບຟອມສະໝັກເຂົ້າຮ່ວມງານ Devfest Vientiane 2018.

ງານ DevFest Vientiane 2018 ເປັນງານສຳມະນາທີ່ເປີດໂອກາດໃຫ້ນັກພັດທະນາໃນວຽກງານດ້ານໄອທີຜູ່ທີ່ສົນໃຈໃນເທັກໂນໂລຍີຂອງ Google ບໍ່ວ່າຈະເປັນ Android, Soft Skill, Firebase, Machine Learning, AI, IoT, Secure Coding, UX/UI, Robot ແລະອື່ນໆໄດ້ມີໂອກາດຮັບຟັງການບັນຍາຍເທັກໂນໂລຍີຕ່າງໆຂອງ Google ຈາກວິທະຍາກອນທີ່ມີປະສົບການໃນການພັດທະນາກ່ຽວກັບເທັກໂນໂລຍີຕ່າງໆຂອງ Google ໂດຍກົງ ແລະໂຕແທນຈາກກຸ່ມ GDG (Google Developer Group) ທັງພາຍໃນແລະຕ່າງປະເທດ.

ງານ DevFest Vientiane 2018 ແມ່ນງານທີ່ຈັດຂຶ້ນໂດຍກຸ່ມ GDG Vientiane (Google Developer Group Vientiane), ໂດຍໄດ້ຮັບການສະຫນັບສະຫນູນຫລັກຈາກ Google. ໃນການຈັດສຳມະນາຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທີ 6 ໃນລາວ.

# ງານຈະຈັດຂຶ້ນໃນ: ວັນເສົາ ທີ 24 ພະຈິກ 2018 ເວລາ 8ໂມງ30 ຫາ 17ໂມງ30.
# ສະຖານທີ່: ສູນການຄ້າລາວໄອເຕັກ (ອາຄານຫຼັງເກົ່າ ຊັ້ນ 2)
# ລົງທະບຽນໄດ້ທີ່: bit.ly/DevFestVTE18
# ຕາຕະລາງງານ:

8:30 AM Registration & Welcome Coffee/ ລົງທະບຽນ
9:00 AM Welcome Remarks/ ກ່າວເປີດງານ (Macky Hamaphasouk)
9:10 AM What's new in Android Pie?/ ມີຫຍັງໃໝ່ໃນ Android Pie? (Somkiat khitwongwattana, GDE)
09:50 AM BIG issues in Deep Learning/ ບັນຫາຫຼັກໆໃນ Deep Learning (Alounyadeth Srithirath)
10:30 AM Life Goal to Self Motivation/ ຈະໃຊ້ຊີວິດແບບໃດໃຫ້ຄຸ້ມສຸດໆ? (Stella Team)
11:00 AM Building natural conversational chatbots by Dialogflow and
Firebase/ ສ້າງບົດສົນທະນາໃຫ້ເປັນທໍາມະຊາດ ໂດຍນໍາໃຊ້ Dialogflow and Firebase (Jirawat karanwittayakarn, GDE)
12:00 PM Activity + Photo session/ ກິດຈະກໍາ + ຖ່າຍຮູບລວມ (GDG Vientiane + Sponsor)

12:10 PM Lunch time/ ພັກທ່ຽງ

1:30 PM WomenTechMaker Vientiane Panel/ ແບ່ງປັນປະສົບການສໍາຫຼັບແມ່ຍິງຍຸກໃໝ່ (WTM VTE)
2:10 PM Are you ready if AI will take our jobs?/ ພ້ອມກັນແລ້ວບໍ່ ຖ້າ AI ຈະຍາດວຽກເຮົາ? (Chanthakone Rattanavong)
2:50 PM Secure Coding/ ຂຽນໂຄດແນວໃດໃຫ້ປອດໄພ (Outhai Saioudom)
3:30 PM Kubernetes (LAOIO Team)
4:10 PM UX/UI Design/ ເພີ່ມຄວາມເຂົ້າໃຈກ່ຽວກັບ UX/UI (Macky Hamaphasouk)
4:50 PM How is an IoT become a part of Human Lives?/ ຈະເປັນແນວໃດຖ້າ IoT ເຂົ້າມາເປັນສ່ວນນຶ່ງໃນຊີວິດເຮົາ?(Champa Maker Club)
5:30 PM Activity / ກິດຈະກໍາ (GDG Vientiane + Sponsor)
5:45 PM Closing + Photo session/ ກ່າວປິດງານ + ຖ່າຍຮູບລວມ

ວິທີການລົງທະບຽນ:
1. ກົດທີ່ປຸ່ມ REGISTER ສີຂຽວ.
2. ກົດທີ່ປຸ່ມ CHECKOUT.
3. ປ້ອນຂໍ້ມູນໃສ່ຊ່ອງຕາມຟອມໃຫ້ຄົບຖ້ວນ, ກວດເບິ່ງຄືນອີກຄັ້ງ ແລ້ວກົດ Complete Registration.
4. ລະບົບຈະຖາມວ່າທ່ານຕ້ອງການແຊງານນີ້ໃຫ້ໝູ່ຮູ້ບໍ່? ສ່ວນນີ້ແມ່ນຂຶ້ນນໍາທ່ານ.
5. ບັດເຂົ້າງານລະບົບຈະສົ່ງໃຫ້ທ່ານທາງອີເມວ, ໃຫ້ທ່ານກວດເບິ່ງອີເມວວ່າໄດ້ຮັບບັດແລ້ວບໍ່? ຖ້າໄດ້ຮັບແລ້ວກໍສະແດງວ່າລົງທະບຽນສໍາເລັດ.

ວິທີສະແດງປີເຂົ້າງານ:
1. ທ່ານສາມາດພິມບັດເຂົ້າງານທີ່ທາງລະບົບສົ່ງໃຫ້ທາງອີເມວ ໄປຢັ້ງຢືນຕໍ່ທີມງານໃນມື້ງານໄດ້ເລີຍ.
2. ທ່ານສາມາດດາວໂຫຼດແອັບ Eventbrite ມີໃຫ້ດາວໂຫຼດທັງ Android ແລະ iOS.
3. ຫຼັງຈາກດາວໂຫຼດມາແລ້ວທ່ານສາມາດ Login ເຂົ້າໃຊ້ງານແອັບໄດ້ປົກກະຕິ ແລ້ວກົດທີ່ກວດເບິ່ງບັດເຂົ້າງານທີ່ Profile ຂອງເຮົາໄດ້ເລີຍ.

ສາມາດຕິດຕາມຂໍ້ມູນງານຕ່າງໆເພີ່ມຕື່ມໄດ້ທີ່:
Meetup.com: ກົດທີ່ I'm going ທີ່ www.meetup.com/GDGVientiane
GDG Vientiane Website www.gdgvientiane.org
GDG Vientiane Facebook Page facebook.com/gdgvientiane

#DevFest18 #GDGVTE

Organizers

  • Sengxay Xayachack

    Cyberus Sole Co., Ltd

    Co-organizer

  • Douangdala Khamphanthong

    Lao IT Dev Co., Ltd

    Co-organizer

  • Keomanophone Thammavong

    GDG Vientiane

    Community Manager

Contact Us